Monday, August 13, 2012

ຂ່າວໃຫມ່!!! ສົກຮຽນໃຫມ່ 2012-2013 ໄດ້ເປີດແລ້ວນັບແຕ່ວັນທີ 13 ສິງຫາ 2012 ນີ້ເປັນຕົ້ນໄປ ຈົນເຖິງວັນທີ 15 ຕຸລາ 2012.  ຫລັງຈາກນັ້ນ ຈະໄດ້ພັກ ແລະ ກັບມາຮຽນຕໍ່ແຕ່ວັນທີ 31 ທັນວາ 2012 ເປັນຕົ້ນໄປ. ສົກສຶກສານີ້ມີລັກສະນະພິເສດແຕກຕ່າງຈາກສົກສຶກສາປົກກະຕິ ເນືອ່ງຈາກວ່າ ໃນເດືອນພະຈິກທີ່ຈະມາເຖິງນີ້ ສປປ ລາວເຮົາ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມສຸດຍອດອາຊີ-ເອີຣົບ ຫລື ASEM. ພ້ອມນັ້ນ ໃນເດືອນທັນວາຍັງຈະໄດ້ເປັນເຈົ້າພາບກິລາມະຫາວິທະຍາໄລອາຊຽນ AUG 2012!

New!!! New academic year has been opened from August 13, 2012 until October 15, 2012. Then there will be a break and re-open from December 31, 2012 onward. This academic year is unique, differing from ordinary academic challendar as Lao PDR will be in honor to host ASEM in the coming November and also the Asian University Games (AUG) 2012 in November!

Monday, May 14, 2012

Good news (again)!!!


ຂ່າວ​ດີ (ອີກ​ແລ້ວ)!!!

 

ພາກ​ວິຊາ​ສິ່ງ​ແວດ​ລ້ອມ-ຜັງ​ເມືອງ ​ໄດ້​ຮວບ​ຮວມທີ່ຢູ່​ເວ​ບ​ໄຊ​ທ໌ ຫລາຍ​ກວ່າ 50 ​ເວ​ບ​ໄຊທ໌ທີ່​ຫນ້າ​ສົນ​ໃຈ​ສຳລັບ​ສະຖາປະນິກ, ນັກ​ຜັງ​ເມືອງ ​ແລະ ວິສະວະກອນ​ກໍ່ສ້າງ. ​ແຕ່​ພວກ​ເຮົາ​ບໍ່​ໄດ້​ມີ​ໄວ້​ເພື່ອ​ຂາຍ. ທ່ານ​ໃດ​ທີ່​ຕ້ອງການ ພຽງ​ແຕ່​ບໍລິຈາກ​ເຂົ້າກອງ​ທຶນພັດທະນາ​ຊາວ​ຫນຸ່ມ 20,000 ກີບ​ຂຶ້ນ​ໄປ ທ່ານ​ຈະ​ໄດ້​ແຜ່ນ CD ພ້ອມ​ທັງ​ຈະ​ບັນທຶກ​ຊື່​ຂອງ​ທ່ານ​ໄວ້​ໃນ​ເຄືອ​ຂ່າຍ​ອາ​ສະຫມັກ​ພັດທະນາ​ຂອງ​ພວກ​ເຮົາ. ສົນ​ໃຈ​ເຊີນ​ຕິດ​ຕໍ່ E-mail: ue.foar.nuol@gmail.com.

Sunday, May 13, 2012

Good news!


ຂ່າວ​ດີສຳລັບ​ຜູ້​ທີ່​ສົນ​ໃຈ​ຮຽນ​ຮູ້​ພາສາ​ຕ່າງປະ​ເທດ

ພາ​ກວິຊາ​ສິ່ງ​ແວດ​ລ້ອມ-ຜັງ​ເມືອງ ກຳລັງ​ກະກຽມ​ຈັດ​ພິມ​ປຶ້ມ ວັດຈະນານຸກົມ ສຳລັບ​ສະຖາປະນິກ ​ແລະ ນັກ​ຜັງ​ເມືອງ (Dictionary for Architects and Planners) ​ເຊິ່ງ​ໄດ້​ຮວບ​ຮວມຄຳ​ສັບ​ເຕັກນິກ​ໃນ​ສາຂາ​ສະຖາປັດຕະຍະກຳ ​ແລະ ຜັງ​ເມືອງ ຫລາຍ​ກວ່າ 300 ຄໍາສັບ ພ້ອມ​ຄຳ​ແປ​ເປັນ​ພາສາ​ອັງກິດ ​ແລະ ພາສາ​ຍີ່ປຸ່ນ. ນອກຈາກ​ນັ້ນ ຍັງ​ມີ​ຄຳ​ບັນຍາຍຕົວຢ່າງ​ໃນ​ການ​ນຳ​​ໃຊ້ ​ແລະ ຮູບ​ພາບ​ປະກອບ, ​ເຫມາະ​ສົມ​ສຳລັບ​ນັກ​ສຶກສາ ​ແລະ ຜູ້​ທີ່​ສົນ​ໃຈ​ຮຽນ​ຮູ້ຄຳ​ສັບ​ເຕັກນິກ​ໃນ​ສາຂາ​ສະຖາ​ປັດຕະຍະ​ກຳ ​ແລະ ຜັງ​ເມືອງ. ປຶ້ມວັດ​ຈະ​ນາ​ນຸກົມ​ດັ່ງກ່າວຈະ​ຈັດ​ພິມ​ໃນ​ຈຳນວນ​ຈຳກັດ ​ໃນ​ເດືອນ​ກັນຍາ 2012 ນີ້, ສົນ​ໃຈ​ສາມາດ​ສອບຖາມ​ເພີ່ມ​​ເຕີມ​ໄດ້​ທີ່ E-mail: ue.foar.nuol@gmail.com.

DUE is working on compilation of Dictionary for Architects and Planners which consists of technical terms in Lao with English and Japanese translation. The book is also description of some keywords and related pictures. It is suitable for those who are interested in learning technical term in architecture and urban planning. The book will be published with limited copies in September 2012. Those who are interested please contact: ue.foar.nuol@yahoo.com.

Announcement


ແຈ້ງ​ການ​ເຖິງ​ນັກ​ສຶກສາວິທະຍານິພົນ

ຄະນະ​ຈັດຕັ້ງວິທະຍາ​ນິພົນ ຂໍ​ແຈ້ງ​ມາ​ຍັງ​ນັກ​ສຶກສາ 5UE ທີ່​ກຳລັງ​ດຳ​ເນີນ​ວິທະຍາ​ນິພົນ​ໃນ​ສົກ​ສຶກສາ 2011-2012 ທຸກ​ຄົນ​ຊາບ​ວ່າ: ​ໃຫ້​ທຸກ​ຄົນ​ພົວພັນ​ເອົາ​ຮູບ​ແບບ​ການຈັດ​ຫນ້າປຶ້ມວິທະຍາ​ນິພົນ (Format) ທີ່​ຫ້ອງການ​ພາກ​ວິຊາ​ສິ່ງ​ແວດ​ລ້ອມ-ຜັງ​ເມືອງ ​ໃນ​ວັນ​ເວລາ​ລັດຖະການ ​ແຕ່​ວັນທີ 14-18/5/2012 ນີ້.
ຄະນະຈັດຕັ້ງວິທະຍານິພົນ