ຂ່າວດີສຳລັບຜູ້ທີ່ສົນໃຈຮຽນຮູ້ພາສາຕ່າງປະເທດ
ພາກວິຊາສິ່ງແວດລ້ອມ-ຜັງເມືອງ
ກຳລັງກະກຽມຈັດພິມປຶ້ມ ວັດຈະນານຸກົມ ສຳລັບສະຖາປະນິກ ແລະ ນັກຜັງເມືອງ
(Dictionary for Architects and Planners) ເຊິ່ງໄດ້ຮວບຮວມຄຳສັບເຕັກນິກໃນສາຂາສະຖາປັດຕະຍະກຳ ແລະ ຜັງເມືອງ ຫລາຍກວ່າ
300 ຄໍາສັບ ພ້ອມຄຳແປເປັນພາສາອັງກິດ ແລະ ພາສາຍີ່ປຸ່ນ. ນອກຈາກນັ້ນ ຍັງມີຄຳບັນຍາຍຕົວຢ່າງໃນການນຳໃຊ້
ແລະ ຮູບພາບປະກອບ, ເຫມາະສົມສຳລັບນັກສຶກສາ ແລະ ຜູ້ທີ່ສົນໃຈຮຽນຮູ້ຄຳສັບເຕັກນິກໃນສາຂາສະຖາປັດຕະຍະກຳ
ແລະ ຜັງເມືອງ. ປຶ້ມວັດຈະນານຸກົມດັ່ງກ່າວຈະຈັດພິມໃນຈຳນວນຈຳກັດ
ໃນເດືອນກັນຍາ 2012 ນີ້, ສົນໃຈສາມາດສອບຖາມເພີ່ມເຕີມໄດ້ທີ່ E-mail: ue.foar.nuol@gmail.com.
DUE is working on compilation of Dictionary for Architects and Planners which consists of technical terms in Lao with English and Japanese translation. The book is also description of some keywords and related pictures. It is suitable for those who are interested in learning technical term in architecture and urban planning. The book will be published with limited copies in September 2012. Those who are interested please contact: ue.foar.nuol@yahoo.com.

ແລ້ວປະກາດຕື່ມອີກເດີ້ອາຈານ ເພື່ອວ່າຊະໄດ້ບອກຫມູ່ຕໍ່
ReplyDeleteນອກຈາກຈະຈັດພິມເປັນປຶ້ມ, ແຜ່ນ CD ແລ້ວ ທາງພາກວິຊາຍັງຈະເປີດເວບໄຊທ໌ ສຳລັບຜູ້ທີ່ສົນໃຈຮຽນດ້ວຍຕົນເອງ. ປະຈຸບັນນີ້ ປຶ້ມດັ່ງກ່າວໄດ້ຮັບການຮວບຮວບຮຽບຮ້ອຍແລ້ວ ກຳລັງຢູ່ໃນຂັ້ນຕອນກວດແກ້ ແລະ ມີນັກສຶກສາອາສາສະຫມັກຈຳນວນຫນຶ່ງ ກຳລັງອອກແບບຈັດພິມ. ອົດໃຈລໍຖ້າອີກຈັກຫນ້ອຍເດີ້.
Deleteພິເສດ ປຶ້ມວັດຈະນານຸກົມນີ້ ຈະໄດ້ນຳໃຊ້ປະກອບການຮຽນການສອນວິຊາ ພາສາອັງກິດສຳລັບສະຖາປະນິກ ແລະ ນັກຜັງເມືອງເດີ. ຮັບຮອງວ່ານ້ອງໆນັກສຶກສາຈະໄດ້ໃຊ້ໃນການຮຽນ ແລະ ວຽກງານໃນອະນາຄົດ.
ReplyDelete