Sunday, May 13, 2012

Good news!


ຂ່າວ​ດີສຳລັບ​ຜູ້​ທີ່​ສົນ​ໃຈ​ຮຽນ​ຮູ້​ພາສາ​ຕ່າງປະ​ເທດ

ພາ​ກວິຊາ​ສິ່ງ​ແວດ​ລ້ອມ-ຜັງ​ເມືອງ ກຳລັງ​ກະກຽມ​ຈັດ​ພິມ​ປຶ້ມ ວັດຈະນານຸກົມ ສຳລັບ​ສະຖາປະນິກ ​ແລະ ນັກ​ຜັງ​ເມືອງ (Dictionary for Architects and Planners) ​ເຊິ່ງ​ໄດ້​ຮວບ​ຮວມຄຳ​ສັບ​ເຕັກນິກ​ໃນ​ສາຂາ​ສະຖາປັດຕະຍະກຳ ​ແລະ ຜັງ​ເມືອງ ຫລາຍ​ກວ່າ 300 ຄໍາສັບ ພ້ອມ​ຄຳ​ແປ​ເປັນ​ພາສາ​ອັງກິດ ​ແລະ ພາສາ​ຍີ່ປຸ່ນ. ນອກຈາກ​ນັ້ນ ຍັງ​ມີ​ຄຳ​ບັນຍາຍຕົວຢ່າງ​ໃນ​ການ​ນຳ​​ໃຊ້ ​ແລະ ຮູບ​ພາບ​ປະກອບ, ​ເຫມາະ​ສົມ​ສຳລັບ​ນັກ​ສຶກສາ ​ແລະ ຜູ້​ທີ່​ສົນ​ໃຈ​ຮຽນ​ຮູ້ຄຳ​ສັບ​ເຕັກນິກ​ໃນ​ສາຂາ​ສະຖາ​ປັດຕະຍະ​ກຳ ​ແລະ ຜັງ​ເມືອງ. ປຶ້ມວັດ​ຈະ​ນາ​ນຸກົມ​ດັ່ງກ່າວຈະ​ຈັດ​ພິມ​ໃນ​ຈຳນວນ​ຈຳກັດ ​ໃນ​ເດືອນ​ກັນຍາ 2012 ນີ້, ສົນ​ໃຈ​ສາມາດ​ສອບຖາມ​ເພີ່ມ​​ເຕີມ​ໄດ້​ທີ່ E-mail: ue.foar.nuol@gmail.com.

DUE is working on compilation of Dictionary for Architects and Planners which consists of technical terms in Lao with English and Japanese translation. The book is also description of some keywords and related pictures. It is suitable for those who are interested in learning technical term in architecture and urban planning. The book will be published with limited copies in September 2012. Those who are interested please contact: ue.foar.nuol@yahoo.com.

3 comments:

  1. ແລ້ວປະກາດຕື່ມອີກເດີ້ອາຈານ ເພື່ອວ່າຊະໄດ້ບອກຫມູ່ຕໍ່

    ReplyDelete
    Replies
    1. ນອກຈາກຈະຈັດພິມເປັນປຶ້ມ, ແຜ່ນ CD ແລ້ວ ທາງພາກວິຊາຍັງຈະເປີດເວບໄຊທ໌ ສຳລັບຜູ້ທີ່ສົນໃຈຮຽນດ້ວຍຕົນເອງ. ປະຈຸບັນນີ້ ປຶ້ມດັ່ງກ່າວໄດ້ຮັບການຮວບຮວບຮຽບຮ້ອຍແລ້ວ ກຳລັງຢູ່ໃນຂັ້ນຕອນກວດແກ້ ແລະ ມີນັກສຶກສາອາສາສະຫມັກຈຳນວນຫນຶ່ງ ກຳລັງອອກແບບຈັດພິມ. ອົດໃຈລໍຖ້າອີກຈັກຫນ້ອຍເດີ້.

      Delete
  2. ພິເສດ ປຶ້ມວັດຈະນານຸກົມນີ້ ຈະໄດ້ນຳໃຊ້ປະກອບການຮຽນການສອນວິຊາ ພາສາອັງກິດສຳລັບສະຖາປະນິກ ແລະ ນັກຜັງເມືອງເດີ. ຮັບຮອງວ່ານ້ອງໆນັກສຶກສາຈະໄດ້ໃຊ້ໃນການຮຽນ ແລະ ວຽກງານໃນອະນາຄົດ.

    ReplyDelete